วันพุธที่ 4 กรกฎาคม พ.ศ. 2561

ພຣະທາດຫຼວງວຽງຈັນ


1.  ແຫຼ່ງທ່ອງທ່ຽວພະທາດຫຼວງວຽງຈັນ
1.1 ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ (ພະທາດຫຼວງວຽງຈັນ)
ທາດຫຼວງວຽງຈັນຕັ້ງຢູ່ໃຈກາງຂອງນະຄອນຫຼວງວຽງຈັນ. ທາງທິດຕາເວັນອອກຂອງຖະໜົນທາດຫຼວງ, ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ. ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ, ​ເປັນພຣະທາດໂລກະຈຸນລະມະນີທີ່ບັນຈຸພະສາລິຣິກະທາດຂອງຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ.

1.2 ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽ (ພະທາດຫຼວງວຽງຈັນ)
    ຕາມຕຳນານ ອຸຣັງຄະທາດ ທາດຫຼວງຖືກສ້າງຂຶ້ນຄັ້ງທໍາອິດໃນປີ ພສ 236 (ກ່ອນ ຄສ 307 ປີ)ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ ການສ້າງອົງທາດຫຼວງເທື່ອທຳ​ອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາ ໜາສອງວາ ແລະ ສູງສີ່ວາສາມສອກ.
ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ 1560) ພຣະເຈົ້າໄຊຍະເສດຖາທິຣາດ ໄດ້ກໍ່ສ້າງອົງທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງມີທາດນ້ອຍສາມສິບອົງອ້ອມອົງທາດໃຫຍ່ ເປັນບໍຣິວານ ພ້ອມດ້ວຍກົມມະລຽນ ແລະ ຫໍໄຫວ້ທັງສີ່ທິດ ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ) ແລະ ຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເລັດເພິ່ນໄດ້ໃສ່ຊື່ອົງທາດວ່າ”ພຣະເຈດີໂລກະຈຸລາມະນີ”. ແຕ່ຄົນສ່ວນຫຼາຍມັກເອີ້ນວ່າ: ທາດຫຼວງ ເຊິ່ງມີ ຄວາມໝາຍວ່າ: ທາດທີ່ໃຫຍ່ ພາຍຫຼັງສ້າງສໍາເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ ພຣະເຈົ້າໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນປີຄສ 1571.
ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ) ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ.
ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ ພວກຝຣັ່ງໄດ້ເຮັດການສ້ອມແປງສ່ວນຍອດຂອງອົງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດອົງທາດໄປ.
 ປີຄສ 1929 ລັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ 1935 ຈຶ່ງສຳເລັດ ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດຂອງທາດ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກ ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະ​ລະພາບເປັນເອກະລາດສົມບູນ ​ລັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ.
/lo.wikipedia.org/wiki/ທາດຫຼວງ



        ຮູບ: ພຣະທາຕຸເຈດີສີນະຄຸຍຫະໂລກຸຕຕະຣະຈຸຣະມະນີ ຫຼື ພຣະທາດຫລວງ ປີ1910

1.3 ຊັບ​ພະ​ຍ​າ​ກອນ​ການ​ທ່ອງ​ທ່ຽວ (ພະ​ທາດຫຼວງວຽງ​ຈັນ)
ທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ 228ໃບ, ມີບໍຣິວານ(ທາດນ້ອຍ) 30ອົງ ອ້ອມຮອບເອິ້ນວ່າ:ປາຣະມີສາມສິບທັດ ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ 91.75 ແມັດ.ທາງ​​ດ້ານໃນ​ຂອງພະ​ທາດຫຼວງ​ຍັງ​ມີ​​ພຣະ​ພຸດ​ຖະ​ຮູບຫຼາກຫຼາຍ​​ ​ແລະ ໃນທາງ​ດ້ານ​​ໜ້າ​ຂອງ​ພ​ຣະ​ທາດຫຼວງ​ແມ່ນ​ມີບູ​ຮານ​ສະ​ຖານ​ຂອງ​ພະ​ເຈົ້າ​ໄຊ​ຍະ​ເສດ​ຖາ​ທີ່​ເປັນ​ຜູ້​ສືບ​ຕໍ່​ບູ​ລາ​ນະ​, ສ້ອມ​ແຊມ​​ຈົນເປັນ​ພະ​ທາດຫຼວງ​​ທີ່​ເຮົາ​ເຫັນ​ໃນ​ປັດ​ຈຸ​ບັນອີກ​ດ້ວຍ​ເພື່ອ​ໃຫ້​ພີ່​ນ້ອງ​ປະ​ຊາ​ຊົນ​ຄົນ​ລາວ​​ ແລະ ຊາວ​ຕ່າງ​ຊາດ​ໄດ້​ມາໄຫວ້​ສັກ​ກາ​ລະບູ​ຊາ. ໃນ​ຂອບ​ເຂດ​ຂອງ​ພະ​ທາດຫຼວງ​ຍັງ​ມີ​ວັດ​ວາ​ອາ​ຮາມ​ຢູ່2ວັດ1ຫໍ​ທຳຄື: ວັດ​ທາດຫຼວງດ​ໜືອ, ວັດ​ທາດຫຼວງ​ໃຕ້( ມີພ​ຣະ​ພຸດ​ທະ​ຮູບ​ອົງ​ໃຫຍ່ນອນ​​ແຄ່ງ ) ແລະ ຫໍ​ທຳ​ມະສະ​ພາເຊິງ​ເປັນ​ສະ​ຖານ​ທີ່​​ອັນ​ສັກ​ສິດ, ນັບ​ຖື​ທາງ​ພຸດ​ທ​ະ​ສາ​ສະ​ໜາຂອງປະ​ຊາ​ຊົນ​ບ້ານ​ທາດຫຼວງ​, ສ່ວນ​ຫໍ​ທຳ​ມ​ະ​ສະ​ພາ​ແມ່ນ​ຖືກ​ໃຊ້​ເປັນ​ສະ​ຖານ​ທີ່​ທີ່​ປະ​ກອບ​ພິ​ທີ​ກຳ​ຕ່າງໆ​ທາງ​ສາ​ສະ​ໜາ​ຂອງ​ພ​ຣະ​ສົງ. ນອກ​ຈາກ​ຈ​ະ​ມີ​ວັດ​ວາ​ອາ​ຣາມຢູ່​ໃນ​ບໍ​ລິ​ເວນ​ທາດຫຼວງ​ແລ້ວ​ຍັງ​ມີ​​ສູນ​ໃຫ​ຍ່​ຂອງໜ່ວຍ​ກູ້​ໄພ​ມູນ​ລະ​ນິ​ທິ​ຊ່ວຍ​ເຫຼືອ​ຄົນ​ທຸກ​ຍາກ1623ອີກ​ດ້ວຍ.ໃນເວລາຕອນແລງຂອງທຸກໆມື້ຢູ່ເດີ່ນ​ຣະທາດຫຼວງກໍຈະມີປະຊາຊົນລາວນັບແຕ່ເດັກນ້ອຍ-ຜູ້ສູງອາຍຸພາກັນເຮັດກິດຈະກຳຕ່າງໆເຊັ່ນ: ຍ່າງອອກກຳລັງກາຍ, ເຕັ້ນອາລະບິດ, ເຕະບານ, ຕີດອກປີກໄກ່ແລະອື່ນໆ...​ ທາດຫຼວງ​ນອກ​ຈາກ​ຈະ​ເປັນ​ສະ​ຖານ​ທີ່​ບູ​ຊາ​ຂອງ​ຄົນ​ລາວ​ແລ້ວ​ທາດຫຼວງ​ຍັງ​ເປັນ​ສະ​ຖານ​ທີ່ ​ທີ່​ໄວ​ລຸ້ນ​ຄູ່​ບາວ​ສາວ​ກຳ​ລັງ​ທີ່​ຈະ​ແຕ່ງ​ດອງນິ​ຍົ​ມ​ພາ​ກັນ​ມາ​ຖ່າຍ​ຮູບ​ຄູ່​ຕິດ​ໜ້າ​ງານດອງ​ຂອງ​ຕົນ. ວັນ​ທີ 4 ກັນຍາ 2016ທີ່​ພຣະ​ທາດຫຼວງ​ວຽງ​ຈັນໄດ້​ມີ​ການ​ເປີດພິທີ​ເປີດ​ໂຄງການ​ບູລະນະ​ປະຕິ​ສັງ​ຂອນ​ພະ​ທາດຫຼວງຂຶ້​ນ​ໃນ​ຄັ້ງ​ທີIV  ໃນການປະຕິສັງຂອນນີ້ເພິ່ນໄດ້​ໂອບ​ຍອດ​ເສົາ​ຟ້າ​ໂດຍ​ໃຊ້ ຄຳ 9ໂລ9ບາດ, ຊິ່ງໃນມື້​ເປີດພິທີຍົກຍອດ​ເສົາ​ຟ້າ​ຂອງພຣະທາດຫຼວງ​ແມ່ນ​ຈັດ​ຂຶ້ນໃນວັທີ 2 ຕຸ​ລາ 2016 ມີ​ພໍ່​ແມ່​ພີ່​ນ້ອງປະ​ຊາ​ຊົນ​ລາວ​ທັງ​ປວງ​ໄດ້​ພາ​ກັນ​ເຂົ້າ​ຮ່ວມ​ພິ​ທີ​ຢ່າງຫຼວງຫຼາຍ, ໃນທ້າຍ​ປີ2016 ນີ້ຈະ​ໄດ້​ຈັດ​ງານ​ສະເຫຼີມສະຫຼອງພະ​ທາດຫຼວງ ຄົບຮອບ 450 ປີ ຢ່າງ​ຄຶກຄື້ນ.



​ຮູບ: ສູນ​ໃຫຍ່​ຂອງ​ໜ່ວຍ​ໄພ1623ທີ່​ຕັ້ງ​ຢູ່​ໃນ​ບໍ​ລິ​ເວນ​ພ​ຣະ​ທາດຫຼວງ
1.4 ການເຂົ້າເຖິງ​ແຫຼ່ງ​ທ່ອງ​ທ່ຽວ (ພຣະ​ທາດຫຼວງວຽງ​ຈັນ)
ການ​ເຂົ້າ​ເຖິງ​ແມ່ນ​ມີ​ຄວາມ​ສະ​ດວກ​ສະ​ບາຍຫຼາຍ​ເພາະ​ຕັ້ງ​ຢູ່​ໃຈ​ກາງ​ນະ​ຄອນຫຼວງວຽງ​ຈັນ ແລະ ຍັງ​ເປັນ​ສູນ​ລວມ​ການ​ຂອງ​ທຸກ​ຂະ​ແໜງ​ການ​ບໍ່​ວ່າ​ຈະ​ເປັນ ດ້ານ​ການ​ຄ້າ, ການ​ບໍ​ລິ​ການ​ທາງ​ດ້ານ​ຮ້ານອາ​ຫານ, ທີ່​ພັກ ແລະ​ ການ​ຂົນ​ສົ່ງ​. ບັນ​ດາ​ຂະ​ແໜງ​ການ​ເຫຼົ່າ​ນີ້​ແມ່​ນສິ່ງ​ທີ່​ອຳ​ນວຍ​ຄວາມ​ສະ​ດ​ວ​ກ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວທັງ​ພາຍ​ໃນແລ​ະ​ ຕ່າງ​ປະ​ເທດ​ທີ່ ​ເຂົ້າ​ມາ​ທ່ຽວ​ຊົມ ຫຼື ພັ​ກ​ຜ່ອນ​ຍ່ອນ​ໃ​ຈ​ໃນ​ນະ​ຄອນຫຼວງວຽງ​ຈັນ. ນັກ​ທ່ອງ​ທ່ຽວ​ສາ​ມາດ​ໃຊ້​ລົດ​ສ່ວນ​ຕົວ ຫຼື ລົດ​ໂດຍ​ສານ​ເຂົ້າ​ໄປ​ເຖິງ​ສະ​ຖານ​ທ່ອງ​ທ່ຽວ​ນີ້​ໄດ້ຢ່າງ​ສະ​ດວກ​ສະ​ບາຍ
1.5 ການ​ໃຫ້​ບໍ​ລິ​ການ
  ພາຍໃນພຣະທາດຫຼວງໄດ້ມີການໃຫ້ບໍລິການທາງດ້ານສິນຄ້າ​​ຄືຂອງທີ່ລະນຶກສຳຫຼັບນັກທ່ອງທ່ຽວທີ່ເຂົ້າມາ
ທ່ຽວຊົມເຊັ່ນ: ເສື້ອຜ້າທີ່ເປັນຮູບຂອງຣະທາດຫຼວງ, ສິ້ນ, ປະລັກແຂນເງິນ, ແລະພວງກະແຈທີ່ເປັນຮູບແບບຂອງຣະທາດຫຼວງ. ຖ້ານັກທ່ອງທ່ຽວຜູ້ຍິງບໍ່ໄດ້ນຸ່ງສິ້ນມາແມ່ນທາງໃນທາດຫຼວງພວກເຮົາ​​ມີການໃຫ້ເຊົ່າສິ້ນເພາະວ່າຜູ້ຍິງກ່ອນທີ່ຈະເຂົ້າໄປໃນຣະທາດໄດ້ຕ້ອງນຸ່ງສິ້ນມາພ້ອມແລະລາຄາຂອງການເຊົ່າແມ່ນຜືນໜຶ່ງ 2,000ກີບເທົ່ານັ້ນ. ສ່ວນພາຍນອກຂອບເຂດພຣະທາດຫຼວງນີ້ຍັງມີຮ້ານຄ້າ, ຮ້ານອາຫານ​, ທີ່ພັກແລະຮ້ານບັນເທີງຕ່າງໆທີ່ຈະຕອບສະໜອງໃຫ້ຜູ້ຄົນທີ່ມາທ່ຽວຊົມໄດ້ມີຄວາມສະດວກສະບາຍໃນ​​ເວລາມາທ່ຽວ.

ไม่มีความคิดเห็น:

แสดงความคิดเห็น