1. ແຫຼ່ງທ່ອງທ່ຽວພະທາດຫຼວງວຽງຈັນ
1.1 ທີ່ຕັ້ງຂອງແຫຼ່ງທ່ອງທ່ຽວ (ພະທາດຫຼວງວຽງຈັນ)
ທາດຫຼວງວຽງຈັນຕັ້ງຢູ່ໃຈກາງຂອງນະຄອນຫຼວງວຽງຈັນ. ທາງທິດຕາເວັນອອກຂອງຖະໜົນທາດຫຼວງ, ບ້ານທາດຫຼວງ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ເປັນປູຊະນິຍະສະຖານບູຮານອັນເປັນສັນຍະລັກຂອງປະເທດລາວ, ເປັນພຣະທາດໂລກະຈຸນລະມະນີທີ່ບັນຈຸພະສາລິຣິກະທາດຂອງພຣະພຸດທະເຈົ້າ ແລະ ເປັນສູນລວມແຫ່ງຈິດວິນຍານຂອງປວງຊົນລາວທັງຊາດ.
1.2 ປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວ (ພະທາດຫຼວງວຽງຈັນ)
ຕາມຕຳນານ ອຸຣັງຄະທາດ ທາດຫຼວງຖືກສ້າງຂຶ້ນຄັ້ງທໍາອິດໃນປີ
ພສ 236
(ກ່ອນ ຄສ 307 ປີ)ສະໄໝສ້າງເມືອງວຽງຈັນໂດຍພຣະເຈົ້າຈັນທະບຸຣີປະສິດທິຈັກ
ພ້ອມດ້ວຍພຣະອໍຣະຫັນຫ້າອົງ (ພຣະສົງລາວ) ທີ່ກັບມາຈາກການສຶກສາທຳມະ ແລະ
ໄດ້ນຳເອົາພຣະບໍຣົມມະ ທາດ(ກະດູກ)ຂອງພຣະພຸດທະເຈົ້າມາຈາກຊົມພູທະວີບ
ການສ້າງອົງທາດຫຼວງເທື່ອທຳອິດນັ້ນພຽງແຕ່ກໍ່ເປັນອຸມຸງຫິນກວມພຣະບໍຣົມມະທາດເທົ່ານັ້ນ ແລະ
ມີຮູບສີ່ລ່ຽມ ກວ້າງດ້ານລະຫ້າວາ ໜາສອງວາ ແລະ ສູງສີ່ວາສາມສອກ.
ປີຄສ 1566 ພາຍຫຼັງການຍ້າຍນະຄອນຫຼວງຈາກຫຼວງພຣະບາງລົງມາຕັ້ງຢູ່ວຽງຈັນ(ຄສ
1560)
ພຣະເຈົ້າໄຊຍະເສດຖາທິຣາດ
ໄດ້ກໍ່ສ້າງອົງທາດຫຼວງເປັນເທື່ອທີສອງ ແລະ ໄດ້ສ້າງເປັນທາດໃຫຍ່ກວມອຸມຸງຫິນອັນເກົ່າ
ເຊິ່ງມີທາດນ້ອຍສາມສິບອົງອ້ອມອົງທາດໃຫຍ່ ເປັນບໍຣິວານ ພ້ອມດ້ວຍກົມມະລຽນ ແລະ
ຫໍໄຫວ້ທັງສີ່ທິດ
ໃນທາດນ້ອຍແຕ່ລະອົງນັ້ນເພິ່ນໄດ້ເອົາຄຳໜັກສີ່ບາດຫຼໍ່ເປັນທາດນ້ອຍໆບັນຈຸໄວ້ເຊິ່ງມີໃບລານທີ່ເຮັດດ້ວຍຄຳຍາວສອກປາຍ(ສອກກຳ)
ແລະ ຈາຣຶກພາສາບາລີດ້ວຍອັກສອນທຳຮອງໄວ້ທຸກອົງ ເມື່ອກໍ່ສ້າງສຳເລັດເພິ່ນໄດ້ໃສ່ຊື່ອົງທາດວ່າ”ພຣະເຈດີໂລກະຈຸລາມະນີ”. ແຕ່ຄົນສ່ວນຫຼາຍມັກເອີ້ນວ່າ: ທາດຫຼວງ ເຊິ່ງມີ ຄວາມໝາຍວ່າ: ທາດທີ່ໃຫຍ່ ພາຍຫຼັງສ້າງສໍາເລັດລົງໃນປີຄສ 1570 ຍັງບໍ່ທັນໄດ້ສະຫຼອງ
ພຣະເຈົ້າໄຊຍະເສດຖາທິຣາດໄດ້ເດິນທາງລົງໄປເມືອງອັດຕະປືແລ້ວຫາຍສາບສູນໄປໃນປີຄສ 1571.
ປີຄສ 1827ສະໄໝຂອງພຣະເຈົ້າອະນຸວົງ(ວິຣະກະສັດ)
ນະຄອນຫຼວງວຽງຈັນຖືກກອງທັບສຍາມ(ໄທຍ)ທຳລາຍລົງຢ່າງຮາບກ້ຽງ ກຳແພງນະຄອນຖືກມ້າງເພ ຫໍໂຮງ
ແລະ ວັດວາອາຮາມ ນັບເປັນຮ້ອຍໆວັດຖືກຈູດເຜົາເປັນເທົ່າຖ່ານ
ອົງທາດຫຼວງທີ່ສະຫງ່າງາມມາແຕ່ບູຮານນະ ການຈຶ່ງກາຍເປັນທາດຮ້າງຢູ່ກາງປ່າ
ປີຄສ 1876 ໂຈນຫໍ້ໄດ້ມາມ້າງເພອົງທາດນ້ອຍອ້ອມອົງທາດໃຫຍ່ນັ້ນເພື່ອຊອກຫາເງິນຄຳແລະວັດຖຸມີຄ່າທີ່ຝັງຢູ່ໃນອົງທາດຈຶ່ງເຮັດໃຫ້ທາດຫຼວງທີ່ເປ່ເພຢູ່ແລ້ວນັ້ນຍິ່ງເປ່ເພລົງຕື່ມອີກ.
ປີຄສ 1900 ເມື່ອຝຣັ່ງໄດ້ເຂົ້າມາປົກຄອງດິນແດນລາວ
ພວກຝຣັ່ງໄດ້ເຮັດການສ້ອມແປງສ່ວນຍອດຂອງອົງທາດ ແຕ່ມີຮູບຊົງແຕກຕ່າງຈາກຮູບເກົ່າ ແລະ
ໃນເທື່ອນີ້ມີຜູ້ເຖົ້າເລົ່າວ່າຜູ້ສ້ອມແປງໄດ້ເອົາຄຳຈາກຍອດອົງທາດໄປ.
ປີຄສ 1929 ລັດຖະບານຝຣັ່ງໄດ້ມີການສ້ອມແປງຄັ້ງໃຫຍ່ຈົນຮອດປີຄສ
1935
ຈຶ່ງສຳເລັດ
ການສ້ອມແປງເທື່ອນີ້ແມ່ນໄດ້ສ້ອມແປງຍອດຂອງທາດ ສ້ອມແປງກົມມະລຽນ ຫໍໄຫວ້ທາງຕາເວັນຕົກ
ແລະ ທາດນ້ອຍທີ່ເພພັງໃຫ້ມີຮູບຊົງຄືເກົ່າ.
ປີຄສ 1957 ເມື່ອພຣະຣາຊອານາຈັກລາວໄດ້ຮັບອິດສະລະພາບເປັນເອກະລາດສົມບູນ
ລັດຖະບານລາວພາຍໃຕ້ພຣະບໍຣົມມະຣາຊະອຸປະຖຳຂອງພຣະບາດສົມເດັດພຣະເຈົ້າມະຫາຊີວິດສີສະຫວ່າງວົງ
ໄດ້ນຳພາປະຊາຊົນເຮັດບຸນສະເຫຼີມສະຫຼອງອາຍຸພຣະພຸດທະສາດສະໜາຄົບຮອບ 2500ປີ (ພສ 2500) ຈຶ່ງໄດ້ເຮັດການຟອກຄຳແຕ່ສ່ວນກາງຂຶ້ນໄປ ແລະ
ໄດ້ປັ້ນພຣະບໍຣົມມະຮູບຂອງພຣະເຈົ້າໄຊຍະເສດຖາທິຣາດປະດິດສະຖານໄວ້ທາງດ້ານຕາເວັນຕົກຊື່ກັບປະຕູເຂົ້າກົມມະລຽນເພື່ອເປັນອະນຸສາວະຣີທີ່ພຣະອົງໄດ້ຊົງສ້າງທາດຫຼວງຂຶ້ນໃຫ້ເປັນທີ່ສັກກະຣະບູຊາຕໍ່ມາ.
/lo.wikipedia.org/wiki/ທາດຫຼວງ
ຮູບ: ພຣະທາຕຸເຈດີສີນະຄຸຍຫະໂລກຸຕຕະຣະຈຸຣະມະນີ
ຫຼື ພຣະທາດຫລວງ ປີ1910
1.3 ຊັບພະຍາກອນການທ່ອງທ່ຽວ
(ພະທາດຫຼວງວຽງຈັນ)
ທາດຫຼວງສູງ 45 ແມັດ, ມີໃບສີມາອ້ອມ
228ໃບ, ມີບໍຣິວານ(ທາດນ້ອຍ) 30ອົງ ອ້ອມຮອບເອິ້ນວ່າ:ປາຣະມີສາມສິບທັດ
ຕີນທາດແຕ່ດ້ານຕາເວັນອອກຫາດ້ານຕາເວັນ ຕົກຍາວ 69 ແມັດ ແຕ່ດ້ານເໜືອເຖິງດ້ານໃຕ້ຍາວ 68 ແມັດ ແລະ ກົມມະລຽນດ້ານນອກອ້ອມທາດຫຼວງແຕ່ລະດ້ານຍາວ 91.75
ແມັດ.ທາງດ້ານໃນຂອງພະທາດຫຼວງຍັງມີພຣະພຸດຖະຮູບຫຼາກຫຼາຍ
ແລະ ໃນທາງດ້ານໜ້າຂອງພຣະທາດຫຼວງແມ່ນມີບູຮານສະຖານຂອງພະເຈົ້າໄຊຍະເສດຖາທີ່ເປັນຜູ້ສືບຕໍ່ບູລານະ, ສ້ອມແຊມຈົນເປັນພະທາດຫຼວງທີ່ເຮົາເຫັນໃນປັດຈຸບັນອີກດ້ວຍເພື່ອໃຫ້ພີ່ນ້ອງປະຊາຊົນຄົນລາວ
ແລະ ຊາວຕ່າງຊາດໄດ້ມາໄຫວ້ສັກກາລະບູຊາ.
ໃນຂອບເຂດຂອງພະທາດຫຼວງຍັງມີວັດວາອາຮາມຢູ່2ວັດ1ຫໍທຳຄື:
ວັດທາດຫຼວງດໜືອ, ວັດທາດຫຼວງໃຕ້( ມີພຣະພຸດທະຮູບອົງໃຫຍ່ນອນແຄ່ງ ) ແລະ
ຫໍທຳມະສະພາເຊິງເປັນສະຖານທີ່ອັນສັກສິດ, ນັບຖືທາງພຸດທະສາສະໜາຂອງປະຊາຊົນບ້ານທາດຫຼວງ,
ສ່ວນຫໍທຳມະສະພາແມ່ນຖືກໃຊ້ເປັນສະຖານທີ່ທີ່ປະກອບພິທີກຳຕ່າງໆທາງສາສະໜາຂອງພຣະສົງ.
ນອກຈາກຈະມີວັດວາອາຣາມຢູ່ໃນບໍລິເວນທາດຫຼວງແລ້ວຍັງມີສູນໃຫຍ່ຂອງໜ່ວຍກູ້ໄພມູນລະນິທິຊ່ວຍເຫຼືອຄົນທຸກຍາກ1623ອີກດ້ວຍ.ໃນເວລາຕອນແລງຂອງທຸກໆມື້ຢູ່ເດີ່ນພຣະທາດຫຼວງກໍຈະມີປະຊາຊົນລາວນັບແຕ່ເດັກນ້ອຍ-ຜູ້ສູງອາຍຸພາກັນເຮັດກິດຈະກຳຕ່າງໆເຊັ່ນ: ຍ່າງອອກກຳລັງກາຍ, ເຕັ້ນອາລະບິດ, ເຕະບານ, ຕີດອກປີກໄກ່ແລະອື່ນໆ...
ທາດຫຼວງນອກຈາກຈະເປັນສະຖານທີ່ບູຊາຂອງຄົນລາວແລ້ວທາດຫຼວງຍັງເປັນສະຖານທີ່
ທີ່ໄວລຸ້ນຄູ່ບາວສາວກຳລັງທີ່ຈະແຕ່ງດອງນິຍົມພາກັນມາຖ່າຍຮູບຄູ່ຕິດໜ້າງານດອງຂອງຕົນ. ວັນທີ 4 ກັນຍາ 2016ທີ່ພຣະທາດຫຼວງວຽງຈັນໄດ້ມີການເປີດພິທີເປີດໂຄງການບູລະນະປະຕິສັງຂອນພະທາດຫຼວງຂຶ້ນໃນຄັ້ງທີIV ໃນການປະຕິສັງຂອນນີ້ເພິ່ນໄດ້ໂອບຍອດເສົາຟ້າໂດຍໃຊ້ ຄຳ 9ໂລ9ບາດ,
ຊິ່ງໃນມື້ເປີດພິທີຍົກຍອດເສົາຟ້າຂອງພຣະທາດຫຼວງແມ່ນຈັດຂຶ້ນໃນວັນທີ
2 ຕຸລາ 2016
ມີພໍ່ແມ່ພີ່ນ້ອງປະຊາຊົນລາວທັງປວງໄດ້ພາກັນເຂົ້າຮ່ວມພິທີຢ່າງຫຼວງຫຼາຍ, ໃນທ້າຍປີ2016
ນີ້ຈະໄດ້ຈັດງານສະເຫຼີມສະຫຼອງພະທາດຫຼວງ ຄົບຮອບ 450 ປີ ຢ່າງຄຶກຄື້ນ.
ຮູບ: ສູນໃຫຍ່ຂອງໜ່ວຍໄພ1623ທີ່ຕັ້ງຢູ່ໃນບໍລິເວນພຣະທາດຫຼວງ
1.4 ການເຂົ້າເຖິງແຫຼ່ງທ່ອງທ່ຽວ
(ພຣະທາດຫຼວງວຽງຈັນ)
ການເຂົ້າເຖິງແມ່ນມີຄວາມສະດວກສະບາຍຫຼາຍເພາະຕັ້ງຢູ່ໃຈກາງນະຄອນຫຼວງວຽງຈັນ
ແລະ ຍັງເປັນສູນລວມການຂອງທຸກຂະແໜງການບໍ່ວ່າຈະເປັນ ດ້ານການຄ້າ, ການບໍລິການທາງດ້ານຮ້ານອາຫານ,
ທີ່ພັກ ແລະ ການຂົນສົ່ງ. ບັນດາຂະແໜງການເຫຼົ່ານີ້ແມ່ນສິ່ງທີ່ອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວທັງພາຍໃນແລະ
ຕ່າງປະເທດທີ່ ເຂົ້າມາທ່ຽວຊົມ ຫຼື ພັກຜ່ອນຍ່ອນໃຈໃນນະຄອນຫຼວງວຽງຈັນ.
ນັກທ່ອງທ່ຽວສາມາດໃຊ້ລົດສ່ວນຕົວ ຫຼື ລົດໂດຍສານເຂົ້າໄປເຖິງສະຖານທ່ອງທ່ຽວນີ້ໄດ້ຢ່າງສະດວກສະບາຍ
1.5 ການໃຫ້ບໍລິການ
ພາຍໃນພຣະທາດຫຼວງໄດ້ມີການໃຫ້ບໍລິການທາງດ້ານສິນຄ້າຄືຂອງທີ່ລະນຶກສຳຫຼັບນັກທ່ອງທ່ຽວທີ່ເຂົ້າມາ
ທ່ຽວຊົມເຊັ່ນ: ເສື້ອຜ້າທີ່ເປັນຮູບຂອງພຣະທາດຫຼວງ, ສິ້ນ, ປະລັກແຂນເງິນ, ແລະພວງກະແຈທີ່ເປັນຮູບແບບຂອງພຣະທາດຫຼວງ. ຖ້ານັກທ່ອງທ່ຽວຜູ້ຍິງບໍ່ໄດ້ນຸ່ງສິ້ນມາແມ່ນທາງໃນທາດຫຼວງພວກເຮົາມີການໃຫ້ເຊົ່າສິ້ນເພາະວ່າຜູ້ຍິງກ່ອນທີ່ຈະເຂົ້າໄປໃນພຣະທາດໄດ້ຕ້ອງນຸ່ງສິ້ນມາພ້ອມແລະລາຄາຂອງການເຊົ່າແມ່ນຜືນໜຶ່ງ 2,000ກີບເທົ່ານັ້ນ. ສ່ວນພາຍນອກຂອບເຂດພຣະທາດຫຼວງນີ້ຍັງມີຮ້ານຄ້າ, ຮ້ານອາຫານ, ທີ່ພັກແລະຮ້ານບັນເທີງຕ່າງໆທີ່ຈະຕອບສະໜອງໃຫ້ຜູ້ຄົນທີ່ມາທ່ຽວຊົມໄດ້ມີຄວາມສະດວກສະບາຍໃນເວລາມາທ່ຽວ.